ປະກັນສຸຂະພາບ

ແຈ້ງການເພື່ອຮັບຮູ້

    ອ່ານຂໍ້ກຳນົດ ແລະ ເງື່ອນໄຂ
  1. ແບບຟອມຂໍປະກັນສຸຂະພາບ ແລະ ເອກະສານອື່ນໆ ທີ່ຖືວ່າເປັນສິ່ງຈໍາເປັນສໍາລັບຜູ້ປະກັນໄພ (ເຊິ່ງຕໍ່ໄປຈະເອີ້ນວ່າ “ເອກະສານຂໍປະກັນສຸຂະພາບ”) ທີ່ຈະອອກສັນຍາ ແລະ ເປັນສ່ວນຫນຶ່ງທີ່ສໍາຄັນຂອງສັນຍາປະກັນໄພ. ຜູ້ເອົາປະກັນໄພ ແລະ ຜູ້ໄດ້ຮັບການປະກັນໄພຄວນເປີດເຜີຍຂໍ້ມູນທີ່ເປັນຄວາມຈິງ ແລະ ຜູ້ປະກັນໄພເຫັນດີທີ່ຈະຮັກສາເອກະສານຂໍປະກັນສຸຂະພາບ ເປັນຄວາມລັບ.
  2. ການຕື່ມ ແລະ ລົງນາມໃນເອກະສານຂໍປະກັນສຸຂະພາບນີ້ ເປັນການແທນໃຫ້ແກ່ການລົງລາຍເຊັນຂອງຜູ້ຊື້ປະກັນໄພ ຊຶ່ງຖືວ່າໄດ້ທຳຄວາມເຂົ້າໃຈ ແລະ ຕົກລົງຮັບເອົາຂໍ້ກຳນົດ ແລະ ເງື່ອນໄຂ ຂອງສັນຍາປະກັນໄພນີ້ຢ່າງຖືກຕ້ອງຕາມກົດໝາຍ ລວມເຖິງການມີຜົນຜູກພັນທາງກົດໝາຍລະຫວ່າງຄູ່ສັນຍາທັງສອງຝ່າຍຄື ຜູ້ຊື້ປະກັນໄພ ແລະ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ ຂ້າພະເຈົ້າຢືນຢັນວ່າ ຂ້າພະເຈົ້າມີຄວາມສາມາດຕາມກົດໝາຍ ແລະ ຂໍ້ກຳນົດຂອງສັນຍາ ໃນການຮັບຊາບ ແລະ ການເຂົ້າເຮັດສັນຍານີ້.
  3. ທ່ານຕ້ອງອາໄສຢູ່ພາຍໃນປະເທດລາວຢ່າງຫນ້ອຍ 8 ເດືອນໃນໄລຍະເອົາປະກັນໄພ. ກະລຸນາແຈ້ງພະນັກງານຂາຍ ຫຼື ຕົວເເທນ ຫຼື ນາຍຫນ້າປະກັນໄພ ແລະ ຜູ້ປະກັນໄພ ຖ້າຫາກທ່ານບໍ່ແນ່ໃຈ ຫຼື ບໍ່ສາມາດຢູ່ໃນລາວໄດ້ຢ່າງຫນ້ອຍ 8 ເດືອນໃນໄລຍະເອົາປະກັນໄພ.
  4. ຈຸດປະສົງຂອງຄໍາຖາມສຸຂະພາບ ແມ່ນ ເພື່ອປະເມີນສຸຂະພາບຂອງທ່ານ ແລະ ສະມາຊິກຄອບຄົວຂອງທ່ານ (ຖ້າມີ). ກະລຸນາຕອບຄໍາຖາມຕາມຄວາມຈິງໂດຍລະອຽດທີ່ສຸດ. ສະພາບ ຫຼື ພະຍາດທີ່ມີຢູ່ກ່ອນແລ້ວ (ຖ້າມີ), ຈະບໍ່ໄດ້ຮັບການຄຸ້ມຄອງ ເວັ້ນເສຍແຕ່ວ່າຈະໄດ້ຮັບການອະນຸມັດຈາກຜູ້ປະກັນໄພເທົ່ານັ້ນ. ສໍາລັບການປະກັນສຸຂະພາບຂອງທ່ານ ສະພາບ ຫຼື ພະຍາດທີ່ມີຢູ່ກ່ອນ ຫມາຍເຖິງ: ການເຈັບປ່ວຍ ຫຼື ການບາດເຈັບ, ສະພາບທາງດ້ານຮ່າງກາຍ ຫຼື ທາງຈິດ, ທີ່ຜູ້ໄດ້ຮັບປະກັນໄພ ໄດ້ຮັບການບົ່ງມະຕິ ຫຼື ໄດ້ຮັບຄໍາແນະນໍາທາງການແພດ ຫຼື ມີການປິ່ນປົວ ຫຼື ໄດ້ໃຊ້ຢາໃດໆ ມາກ່ອນແລ້ວ, ຫຼື ອາການອື່ນໆ ທີ່ເຄີຍປະກົດມາກ່ອນວັນທີສັນຍາປະກັນໄພມີຜົນບັງຄັບໃຊ້.
  5. ເມື່ອຜູ້ປະກັນໄພໄດ້ຮັບຄ່າທຳນຽມປະກັນໄພຈາກທ່ານແລ້ວ, ທ່ານ ແລະ ສະມາຊິກຄອບຄົວຂອງທ່ານ (ຖ້າມີ) ຈະໄດ້ຮັບບັດປະກັນໄພ. ບັດປະກັນໄພນີ້ ແມ່ນສາມາດນໍາໃຊ້ຢູ່ໃນ "ໂຮງຫມໍ / ຄລີນິກເຄືອຂ່າຍຂອງພວກເຮົາ" ເພື່ອໃຫ້ໂຮງຫມໍ / ຄລີນິກເຄືອຂ່າຍຂອງພວກເຮົາຮຽກເກັບເງິນກັບພວກເຮົາໂດຍກົງ . ເຖິງຢ່າງໃດກໍ່ຕາມ, ຖ້າມີການໃຊ້ບັດປະກັນໄພນີ້ສໍາລັບຄ່າໃຊ້ຈ່າຍໃດໆ ທີ່ບໍ່ໄດ້ຮັບສິດໃນການຄຸ້ມຄອງໃນສັນຍາປະກັນໄພ ແລະ ບໍ່ໄດ້ຖືກຮຽກເກັບໂດຍໂຮງຫມໍ / ຄລີນິກໃນເຄືອຂ່າຍຂອງພວກເຮົາ, ທ່ານ ຕ້ອງຈ່າຍຄ່າໃຊ້ຈ່າຍດັ່ງກ່າວໃຫ້ກັບບໍລິສັດຄືນ ພາຍໃນ 30 ວັນນັບແຕ່ວັນທີແຈ້ງການໂດຍບໍລິສັດ ຫຼື ຜູ້ຕາງຫນ້າຂອງບໍລິສັດ. ຖ້າບໍ່ດັ່ງນັ້ນ ບໍລິສັດມີສິດທີ່ຈະຍົກເລີກການບໍລິການ ເກັບເງິນໂດຍກົງຈາກໂຮງຫມໍ / ຄລີນິກເຄືອຂ່າຍ ຫຼື ອາດຈະຍົກເລີກສັນຍາ ໂດຍບໍ່ສົ່ງຄ່າທຳນຽມຄືນກໍໄດ້.

ຂໍ້ມູນຜູ້ໄດ້ຮັບການປະກັນໄພ

ຄຳຖາມກ່ຽວກັບສຸຂະພາບ

ກະລຸນາຕອບວ່າ ມີ ” ຫຼື “ ບໍ່ມີ ” ໃນຄຳຖາມລຸ່ມນີ້ໃຫ້ຄົບຖ້ວນ. ຖ້າຜູ້ເອົາປະກັນໄພ ເລືອກ “ມີ” ຕ້ອງລະບຸລາຍລະອຽດໃສ່ໃນຫ້ອງຂໍ້ມູນດ້ານລຸ່ມຕື່ມອີກ.

1. ເຄີຍເຂົ້ານອນໂຮງໝໍ/ສະຖານທີ່ປິ່ນປົວອື່ນໆ ຫຼື ເຄີຍໄດ້ຮັບການຜ່າຕັດບໍ່?
2. ເຄີຍພິການ ແລະ /ຫຼື ໄດ້ຮັບການປິ່ນປົວດ້ານການແພດທີ່ມີຄ່າໃຊ້ຈ່າຍສູງເກີນ3,000ດອນລາບໍ່?
3. ເຄີຍໄດ້ຮັບຄຳແນະນຳວ່າມີອາການຜິດປົກກະຕິຫຍັງບໍ່ໃນໄລຍະກວດສຸຂະພາບ?
4. ເ ຄີຍ ເຈັບ ເ ປັນ ຫຼື ເກີດອຸປະຕິເຫດ ຫຼື ເຈັບປ່ວຍ ແລະ / ຫຼື ຕ້ອງຮັບການປິ່ນປົວ ທີ່ໃຊ້ເວລາພັກຜ່ອນດົນນານເກີນ 30 ວັນບໍ່?
5. ເຄີຍໄດ້ຮັບເງິນຊົດເຊີຍຍ້ອນການເສັຍອົງຄະ (ພິການ) ຫຼື ຮັບເງິນຊົດເຊີຍຈາກອຸປະຕິເຫດວຽກງານບໍ່?
6. ເຄີຍໄດ້ຖືກແນະນຳວ່າມີຄວາມຈຳເປັນຕ້ອງເຂົ້ານອນປິ່ນປົວຢູ່ໃນໂຮງໝໍ ຫຼື ຕ້ອງໄດ້ຮັບການຜ່າຕັດ ໃນອະນາຄົດບໍ່?
7. ເຄີຍມີບັນຫາດ້ານສຸຂະພາບ ຫຼື ພະຍາດໃດບໍ່ ທີ່ຖືກບົ່ງມະຕິພະຍາດ, ຫຼື ໄດ້ຮັບການປິ່ນປົວພະຍາດດັ່ງຕໍ່ໄປນີ້:
7.1. ເຈັບຮູຄໍຊໍ້າເຮື້ອ, ໄອຊໍ້າເຮື້ອ, ມີຂີ້ກະເທິ, ໄອ ອອກເລຶອດ, ເປັນຫືດ, ຫາຍໃຈຍາກ, ຫລອດລົມໂປ່ງ, ອາກາດອັ່ງໃນປອດ, ປອດໂປ່ງໂພງ, ວັນນະໂລກປອດ, ເຍື່ອຫຸ້ມປອດອັກເສບ, ຫລອດປອດອັກເສບຊໍ້າເຮື້ອ, ອັກເສບປອດ ຫຼື ພະຍາດກ່ຽວກັບລະບົບຫາຍໃຈອື່ນໆ?
7.2. ເຈັບຫລັງ, ປັດສະວະຫລາຍ( ດຸ ), ອົດປັດສະວະບໍ່ໄດ້, ປັດສະວະແສບ( ປັດສະວະຍາກ), ປັດສະວະເປັນເລືອດ ປັດສະວະມີໂປຮເຕອິນ, ປັດສະວະຫລາຍ, ປັດສະວະດຸກາງຄືນ, ຫນ້າບວມ, ຫນິ້ວໄຂ່ຫລັງ ແລະ ທໍ່ສົ່ງຍ່ຽວ, ໄຂ່ຫລັງອັກເສບ, ຄວາມຜິດປົກກະຕິຂອງໄຂ່ຫລັງ, ໄຂ່ຫລັງມີຖົງນ້ຳ, ໄຂ່ຫລັງອັ່ງນ້ຳ, ຫຼື ພະຍາດກ່ຽວກັບລະບົບຖ່າຍເທອື່ນໆ?
7.3. ການສູນເສັຍຄວາມຮູ້ສຶກຢາກເຂົ້າແບບຊໍ້າເຮື້ອ, ເອື້ອມ, ປວດຮາກ, ຮາກ, ທ້ອງເບັງ, ເຈັບຜົ້ງທ້ອງ,ທ້ອງຜູກ, ຖອກທ້ອງ,ຮາກເປັນເລຶອດ, ຖ່າຍດຳ (ຖ່າຍໜັກເປັນເລຶອດ), ມີເລຶອດໃນອາຈົມ, ມີອາການເຫຼືອງ, ກືນອາຫານຍາກ, ມີບາດແຜ, ລຳໃສ້ໃຫ່ຍອັກເສບ, ມີບັນຫາກະເພາະ, ອະໄວຍະວະລອດ, ບັນຫາຂອງລຳໃສ້ສຸດ, ຖືເຊື້ອພະຍາດໄວຣັດບີ, ພະຍາດກ່ຽວກັບຕັບພະຍາດກຽ່ວກັບຖົງນໍ້າບີ, ມ້າມ, ຫຼື ພະຍາດກ່ຽວກັບລະບົບລະລາຍອາຫານອື່ນໆ?
7.4. ຫົວໃຈສັ່ນ, ຫາຍໃຈໄວພາຍຫລັງອອກກຳລັງກາຍ, ຮາກເປັນເລຶອດ,ມີອາການຂາບວມ ຫຼື ເສັ້ນເລຶອດດຳຂາຂອດ, ແໜ້ນໜ້າເອິກ, ເປັນລົມ,ໄຂ້ປະດົງ ຫຼື ມີສຽງຄາງຂອງຫົວໃຈ, ຫົວໃຈເຕັ້ນບໍ່ສະເໝີ, ກ້າມຊີ້ນຫົວໃຈອັກເສບ, ພະຍາດຫົວໃຈ-ຫລອດເລຶອດ, ຫົວໃຈວາຍຫລອດເລຶອດສະໝອງແຕກ, ຫລອດເລຶອດໂປ່ງໂພງ, ພະຍາດຫລອດເລຶອດໃຫ່ຍຫົວໃຈ, ພະຍາດຄວາມດັນເລຶອດສູງ, ໄຂມັນໃນເລຶອດສູງ, ຫຼື ພະຍາດກ່ຽວກັບລະບົບໄຫລວຽນຂອງເລຶອດອື່ນໆ?
7.5. ມີອາການເມື່ອຍ, ວິນຫົວ, ເລຶອດດັງອອກ, ເລຶອດໄຫລຢູ່ກ້ອງຜີວໜັງ, ເລຶອດໄຫລ, ມີຈໍ້າເລຶອດ, ເຈັບກະດູກ, ເລຶອດຈາງ, ຫຼື ພະຍາດກ່ຽວກັບລະບົບເລຶອດອື່ນໆ?
7.6. ຂໍ້ອັກເສບ, ພະຍາດເກົາ, ປວດກ້ານຄໍ, ເຈັບຫລັງ ແລະ ແອວ, ພະຍາດປ້ອງກະດູກສັນຫລັງ, ໝວດອາການເຈັບຂອງກ້າມຊີ້ນໃບໜ້າ, ອາການຜິດປົກກະຕິຂອງລະບົບປະສາດ ຫຼື ກ້າມຊີ້ນ-ກະດູກ / ຂໍ້ຕໍ່ອື່ນໆ ?
7.7. ຄວາມຜິດປົກກະຕິຂອງລົດຊາດອາຫານ (ຄວາມຢາກ), ເຫື່ອອອກຫລາຍ, ຫີວນໍ້າຫລາຍ, ຍ່ຽວຫລາຍ, ມືສັ່ນ, ຕູ້ຍຫລາຍ, ມີມຶກຕາມຜີວໜັງ, ບໍ່ເປັນປະຈຳເດືອນ, ເປັນພະຍາດເບົາຫວານ, ພະຍາດຕ່ອມຄໍໜຽງ, ຫຼື ພະຍາດກ່ຽວກັບລະບົບເຜົາຜານ ແລະ ຕ່ອມຂັບຍ່ອຍໃນອື່ນໆ
7.8. ອາການວິນຫົວ, ເປັນລົມ (ເສຍສະຕິ), ຄວາມຈຳເສື່ອມ, ຄວາມຜິດປົກກະຕິຂອງສາຍຕາ, ນອນບໍ່ຫລັບ, ສະຕິວຸ້ນວາຍ, ມີອາການສັ່ນ, ກະວົນກະວາຍ, ເປັນລົມກະທັນຫັນ, ອຳມະພາດ, ຄວາມຜິດປົກະຕິດ້ານຄວາມຮູ້ສຶກ, ເປັນພະຍາດຊັກກະຕຸກ (ພະຍາດບ້າຫມູ), ສູນເສຍຄວາມຊົງຕົວ ຫຼື ຄວາມຜິດປົກກະຕິຂອງລະບົບປະສາດອື່ນໆ
7.9. ຄວາມຜິດປົກກະຕິຂອງຕ່ອມລູກໝາກ(ນຳເພດຊາຍ), ເຈັບນົມ, ນົມອັອກເສບ, ປະຈຳເດືອນບໍ່ປົກກະຕິ, ເລຶອດໄຫລຊ່ອງຄອດ, ເຈັບທ້ອງເວລາເປັນປະຈຳເດືອນ, ກ້ອນເບົ້າມົດລູກແບບບໍ່ປົກກະຕິ, ມົດລູກໃຫ່ຍຜິດປົກກະຕິ, ມີຖົງນໍ້າໃນຮ່ວຍໄຂ່, ມີລູກຍາກ, ຫຼື ພະຍາດອື່ນໆຂອງຜູ້ຊາຍ/ແມ່ຍິງທີ່ກ່ຽວພັນກັບອະໄວຍະວະຈະເລີນພັນ ໃນນັ້ນ ແມ່ນ ພະຍາດຕິດຕໍ່ທາງເພດສຳພັນ ( ພຕພ ).
7.10. ມະເຮັງ, ກ້ອນເບົ້າ ຫຼື ເນື້ອງອກ, ຕິ່ງເນື້ອ, ຖົງນ້ຳ, ຕ່ອມກະດັນໃຫຍ່, ຕ່ອມນ້ຳເຫຼືອງ ຫຼື ອະໄວຍະວະ, ຄວາມຜິດປົກກະຕິຂອງສີຜິວ, ມີກ້ອນ-ຖົງນໍ້າໃນເຕົ້ານົມ ຫລື ອາການອື່ນໆທີ່ກ່ຽວຂ້ອງກັບນົມ
7.11. ພະຍາດເອດສ, ພະຍາດພູມຄຸ້ມກັນບົກຜ່ອງທີ່ພົວພັນກັບພະຍາດເອດສ, ບັນຫາ ການຊືມເຊື້ອ ຫຼື ພະຍາດຕິດຕໍ່ທາງເພດສຳພັນ?
7.12. ເຫລົ້າ ຫຼື ສິ່ງມຶນເມົາ, ຄວາມຜິດປົກກະຕິກ່ຽວກັບດ້ານແນວຄິດ/ປະສາດ, ການປະພຶດຕົວ, ອາລົມແປປ່ວນ ຫຼື ກ່ຽວກັບການກີນຢູ່?
7.13. ແກ້ວຕາຂຸ້ນ, ຄວາມດັນຕາສູງ, ຫຼື ຄວາມຜິດປົກກະຕິຂອງຕາ, ການສູນເສັຍຂອງການໄດ້ຍິນສຽງຫຼື ຄວາມຜິດປົກກະຕິຂອງຫູ ດັງ ຄໍ ( ຫູດັງຄໍ ).
7.14. ຄວາມພິການ, ການສູນເສັຍດ້ານຮ່າງກາຍທີ່ເກີດຈາກອຸປະຕິເຫດ, ພະຍາດເປັນມາແຕ່ກຳເນີດ, ພະຍາດກຳມະພັນ, ຄວາມຜິດປົກກະຕິຂອງແຊນ (ຢິນ), ຜູ້ເອົາປະກັນໄພພ້ອມສະມະຊິກຄອບຄົວເຄີຍມີປະຫວັດດ້ານການແພດບໍ່?
8. ສຳລັບຕົວທ່ານເອງ
8.1. ປັດຈຸບັນນີ້ຖືພາບໍ່?
8.2. ມີອາການສົນກ່ຽວກັບການຖືພາບໍ່?
8.3. ຄາດຫວັງຈະມີລູກແບບທຳມະຊາດ ຫຼື ແບບປະສົມພັນທຽມ?
8.4. ໄດ້ຮັບຄຳແນະນຳຮັບການປິ່ນປົວ, ການກິນຢາ, ການທົດສອບການບົ່ງມະຕິ ຫຼື ການສັນຍະກຳ ໃນການມີລູກຍາກບໍ່?
8.5. ເຄີຍໄດ້ຮັບການປິ່ນປົວໃນການມີລູກຍາກບໍ່?
9. ບັນຫາອື່ນໆ
9.1. ສູບຢາເກີນ 12 ກອກຕໍ່ວັນ ຫຼື ສູບຢາໃນຮູບແບບອື່ນໆບໍ່?
9.2. ພາຍໃນ 5 ປີ ຜ່ານມາ, ຜູ້ເອົາປະກັນໄພ ມີນໍ້າໜັກຂື້ນ ຫຼື ລົງຫລາຍກວ່າ 12 ກິໂລ(25lbs) ພາຍໃນໄລຍະ 12 ເດືອນບໍ່?
9.3. ຍັງມີຄວາມເຈັບເປັນຫຍັງຕື່ມອີກບໍ່ທີ່ບໍ່ທັນໄດ້ກ່າວມາຂ້າງເທິງນັ້ນ? ຖ້າຜູ້ເອົາປະກັນໄພ ມີ, ຊ່ວຍອະທິບາຍໃຫ້ລະອຽດຕື່ມໃສ່ໃນແບບຟອມນີ້ດ້ວຍ.
ແຜນການຄຸ້ມຄອງ



ການປີ່ນປົວນອນໂຮງໝໍ / Hospitalisation Benefits IPD ວົງເງີນຄຸ້ມຄອງ ຫົວໜ່ວຍເງີນ
ການປີ່ນປົວນອນໂຮງໝໍສູງສຸດຕໍ່ 1 ຄັ້ງ ຫຼື ຕໍ່ 1 ພະຍາດHospitalisation Benefits max per hospitalisation or Disease (IPD) 18,021,000 LAK
ຄ່າຫ້ອງ ແລະ ອາຫານ ຕໍ່ມື້(ສູງສຸດ 90ມື້)Room and Boards per day ( Max 90 days) 86,000 LAK
ຄ່າຫ້ອງຜູ້ປວ່ຍໜັກ ຕໍ່ມື້ ( ສູງສຸດ 7ມື້ )I.C.U Room per day ( Max 7 days) 173,000 LAK
ຄ່າໃຊ້ຈ່າຍທົ່ວໄປໃນໂຮງໝໍ General Expenses in Hospital 1,298,000 LAK
ຄ່າມືແພດຜ່າຕັດ (ຕາມຕາຕະລາງ)Surgery Doctor Fee (as per schedule) 2,163,000 LAK
ຄ່າຫ້ອງຜ່າຕັດOperating Theatre 216,000 LAK
ຄ່າວາງຢາສະຫຼົບAnesthetics 216,000 LAK
ຄ່າຫ້ອງທົດລອງ, ຫ້ອງແລບ (ສຳລັບ ການບົ່ງມະຕິພະຍາດ)X-ray, Lab ( for diagnosis) 753,000 LAK
ຄ່າຕິດຕາມຂອງແພດລະຫວ່າງທີ່ນອນໂຮງໝໍ ຕໍ່ມື້ ( ສູງສຸດ 90 ມື້)In-Hospiatal Doctor's visit per day (Max 90 days) 52,000 LAK
ການປິ່ນປົວຜູ່ປວ່ຍນອກແບບ ສຸກເສີນ (ການຮັກສາທີ່ເກີດຈາກອຸປະຕິເຫດ)Emergency OPD treatment ( Accidental medical) 346,000 LAK
ຄ່າລົດໂຮງໝໍ Ambulance Fee 57,000 LAK
ການປິ່ນປົວແບບບໍ່ນອນໂຮງໝໍ / Out patient ວົງເງີນຄຸ້ມຄອງ ຫົວໜ່ວຍເງີນ
ສູງສຸດ ຕໍ່ 1 ຄັ້ງ / 1 ຄັ້ງ ຕໍ່ມື້/30 ຄັ້ງຕໍ່ປີMaximum limit per visit / 1 visit per day/30 visits per year 175,000 LAK
ລວມຄ່າປະກັນໄພຕ້ອງຈ່າຍ

ການຢືນຢັນ
  1. ຂ້າພະເຈົ້າຢືນຢັນວ່າ ຂ້າພະເຈົ້າໄດ້ຕອບຄໍາຖາມທັງຫມົດດ້ວຍຄວາມຈິງ ແລະ ຕາມທີ່ຂ້າພະເຈົ້າຮັບຮູ້. ຖ້າຂໍ້ມູນໃນເອກະສານຂໍປະກັນສຸຂະພາບນີ້ຖືກຕື່ມໃສ່ໂດຍຕາງຫນ້າຂອງຂ້າພະເຈົ້າ ຂ້າພະເຈົ້າກໍ່ຂໍຢືນຢັນວ່າຂໍ້ມູນດັ່ງກ່າວແມ່ນເປັນຄວາມຈິງ. ຂ້າພະເຈົ້າຮັບຮູ້ວ່າ ຄໍາຕອບທີ່ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຫຼື ມີການປິດບັງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການປະກັນໄພນີ້ ອາດສົ່ງຜົນໃຫ້ສັນຍາປະກັນໄພສະບັບນີ້ເປັນໂມຄະ; ຂ້າພະເຈົ້າ ຍັງຮັບຮູ້ ແລະ ເຂົ້າໃຈວ່າ ຜູ້ປະກັນໄພມີສິດທີ່ຈະເກັບຄ່າທຳນຽມປະກັນໄພທັງຫມົດ ຖ້າມີການຝ່າຝືນສັນຍາ.
  2. ຂ້າພະເຈົ້າຍັງຮັບຮູ້ວ່າ ຂ້າພະເຈົ້າຕ້ອງແຈ້ງຂໍ້ມູນຄວາມຈິງກ່ຽວກັບການປະກັນໄພນີ້ ທີ່ເກີດຂຶ້ນໃນລະຫວ່າງວັນທີຂອງການຢືນຢັນໃນເອກະສານຂໍປະກັນສຸຂະພາບນີ້ ແລະ ການເລີ່ມຕົ້ນຄຸ້ມຄອງຂອງສັນຍາປະກັນໄພ ແກ່ຜູ້ປະກັນໄພ.
  3. ຂ້າພະເຈົ້າເຂົ້າໃຈ ແລະ ຍອມຮັບ ວ່າຜູ້ໄດ້ຮັບການປະກັນໄພທັງຫມົດ ຈະບໍ່ໄດ້ຮັບການຈ່າຍຜົນປະໂຫຍດໃດໆຈາກຜູ້ປະກັນໄພ ສຳລັບ ສະພາບ ຫຼື ພະຍາດທີ່ມີຢູ່ກ່ອນ, ທີ່ບໍ່ມີການອະນຸມັດຈາກ ຜູ້ປະກັນໄພ.